ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເພີ່ມ​ພູນ​ຄູນ​ສ້າງ ແລະ ພັດທະນາ​ ການ​ພົວພັນ​ຫວຽດນາມ-ກຳປູເຈຍ

     ວິທະຍຸ​ກະຈາຍສຽງ​ຫວຽດນາມ​ລາຍ​ງານ​ໃຫ້​ຮູ້​ໃນ​ວັນ​ທີ 24 ມິຖຸນາ 2024 ນີ້​ວ່າ: ເນື່ອງ​ໃນ​ໂອກາດ​ສະເຫຼີມສະຫຼອງ 57 ປີ ແຫ່ງ​ວັນ​ສ້າງ
ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ-ກຳປູເຈຍ (24/06/1967-24/06/2024).

     ດ້ວຍ​ຈຸດ​ທີ່​ຄ້າຍຄື​ກັນ​ຫຼາຍ​ຢ່າງ, ໃນ​ຕະຫຼອດ 57 ປີຜ່ານມາ, ຫວຽດນາມ ແລະ ກຳປູເຈຍ ຍາມ​ໃດ​ກໍ່​ສະໜິດ​ຕິດ​ພັນ, ແບ່ງປັນ, ຊ່ວຍເຫຼືອ​
ເຊິ່ງ​ກັນ ແລະ ກັນ ໃນ​ພາລະກິດ​ແຫ່ງ​ການ​ຕໍ່ສູ້​ປົດ​ປ່ອຍ​ຊາດ, ທ້ອນໂຮມ​ປະເທດ​ຊາດ​ເປັນ​ເອກະລາດ​ໃນ​ເມື່ອ​ກອນ ກໍຄື​ໃນ​ພາລະກິດ​ແຫ່ງ​ການ​
ສ້າງສາ ແລະ ປົກ​ປັກ​ຮັກສາ​ປະເທດ​ຊາດ​ໃນ​ປັດຈຸບັນ. ການ​ນຳ​ພັກ, ລັດ, ຫວຽດນາມ ແລະ ກຳປູເຈຍ ໄດ້​ກຳນົດ​ການ​ພົວພັນ​ທາງ​ດ້ານ​ການເມືອງ-
ການ​ຕ່າງປະເທດ ສວມ​ບົດບາດ​ຫຼັກ​ແຫຼ່ງ, ກຳນົດ​ທິດ​ສັງ​ລວມ​ໃຫ້​ແກ່​ການ​ພົວພັນ​ສອງ​ປະເທດ. ສອງ​ຝ່າຍ ໄດ້​ຮັກສາ ແລະ ເສີມ​ຂະຫຍາຍ ບັນ
ດາ​ກົນ​ໄກ​ຮ່ວມ​ມື​ຢ່າງ​ມີ​ປະ​ສິດທິ​ຜົນ ຜ່ານ​ການ ​ເພີ່ມ​ທະວີ​ການ​ແລກປ່ຽນ​ບັນດາ​ການ​ຢ້ຽມຢາມ, ການ​ພົບ​ປະ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ ແລະ ທຸກ​
ຂັ້ນ, ລົງ​ນາມ​ໃນ​ເອກະສານ​ຮ່ວມ​ມື​ຫຼາຍ​ສະບັບ ເພື່ອ​ເປັນ​ພື້ນຖານ​ໃຫ້​ແກ່​ການ​ພັດທະນາ​ການ​ຮ່ວມ​ມື​ຢ່າງຮອບດ້ານ​ລະຫວ່າງ​ສອງ​ປະເທດ.

     ໃນ​ບັນດາ​ເວທີ​ປາ​ໄສ​ສາກົນ, ພາກ​ພື້ນ ແລະ ອະນຸ​ພາກ​ພື້ນ, ສອງ​ປະເທດ ໄດ້​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າໃນ​
ຂະ​ບວນ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ແລະ ການ​ຮ່ວມ​ມື​ໃນ​ພາກ​ພື້ນ ແລະ ໂລກ, ພ້ອມ​ທັງ​ປະກອບສ່ວນ​ຍົກ​ສູງ​ອິດ​ທິ​ພົນ​ຊື່​ສຽງ ແລະ
ທີ່​ຕັ້ງ​ບົດບາດ​ຂອງ​ແຕ່​ລະ​ປະເທດ​ບົນ​ເວທີ​ສາກົນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 27/06/2024